ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈຳໄຕມາດ III ຂອງບັນດາກົມກອງເຂດ I


ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫ່ຍການເມືອງກອງທັບ ​ເປັນ​ປະທານ

     ໃນວັນທີ 6 ຕຸລາ 2023 ຜ່ານມານີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານ
ຮອບດ້ານປະຈຳໄຕມາດ III ແລະ ທິດທາງແຜນການປະຈຳໄຕມາດ IV ປີ 2023 ຂອງບັນດາກົມກອງເຂດ I ຂຶ້ນ, ໂດຍການເປັນປະທານຂອງ
ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫ່ຍການເມືອງກອງທັບ, ສະຫາຍ ເພັງ
ສອນ ແກ້ວວິໄລ ຮອງເລຂາພັກແຂວງ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງບໍ່ແກ້ວ, ກອງພົນທີ 3, ກອງບັນຊາການທະ
ຫານແຂວງຫຼວງນ້ຳທາ, ກອງບັນຊາການທະຫານແຂວງອຸດົມໄຊ, ກອງບັນຊາການທະຫານແຂວງຜົ້ງສາລີ ເຂົ້າຮ່ວມ.

     ໃນກອງປະຊຸມຄະນະພັກ-ຄະນະບັນຊາແຕ່ລະກົມກອງ ໄດ້ຜັດປຽ່ນກັນຂື້ນລາຍງານວຽກງານຮອບດ້ານປະຈຳໄຕມາດ III ແລະ ທິດທາງ
ແຜນການໄຕມາດ IV ປີ 2023, ໃນໄລຍະຜ່ານມາ ແຕ່ລະກົມກອງກໍ່ໄດ້ຍົກວຽກງານອັນພົ້ນເດັ່ນຫຼາຍດ້ານທີ່ໄດ້ຈັດຕັ້ງປະຕິບັດໂດຍປີ່ນອອ້ມ
4 ໜ້າທີ່່ໃຫ່ຍ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ເປັນຕົ້ນແມ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
ພ້ອມທັງໄດ້ສະຫຼຸບລາຍງານຕີລາຄາດ້ານດີ-ດ້ານອອ່ນ ແລະ ຈຸດສຸມວຽກງານຕໍ່ໜ້າໄປພ້ອມກັບວຽກງານສືກສາອົບຮົມການເມືອງນຳພາ-ແນວຄິດ
ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານຂອງກົມກອງ ເຮັດໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນເຊື່ອໜັ້ນຕໍ່ການນຳພາຂອງພັກ,
ຄຽງຄູ່ກັນນັ້ນກໍ່ໄດ້ຈັດຕັ້ງພະນັກງານ-ວິຊາການລົງກໍ່ສ້າງຮາກຖານການເມືອງແບບມູນເຊື້ອຢູ່ບັນດາເຂດຈຸດສຸມຕ່າງໆ, ສົມທົບແໜ້ນກັບອຳນາດ
ການປົກຄອງທ້ອງຖິ່ນເກັບກຳເອົາສະພາບການຕ່າງໆ ແລ້ວລາຍງານໃຫ້ຂັ້ນເທິງຈັດຕັ້ງອົບຮົມ-ຫັດແອບວຽກວິຊາສະເພາະໃຫ້ມີຄວາມສຳນິສຳ
ນານ ປະກອບສ່ວນເຂົ້່າໃນການປັບປຸງກໍ່ສ້າງຄ້າຍຄູຕິດພັນກັບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ກໍ່ສ້າງກອງ 3 ປອດ, ສ້າງກົມ
ກອງວັດທະນາທຳ-ນັກຮົບວັດທະນາທຳ, ຕ້ານ ແລະ ສະກັດກັ້້ນບັນດາປະກົດການຫຍໍ້ທໍ້ທີ່ຈະເກີດຂື້ນ ເຮັດໃຫ້ຂອບເຂດຮັບຜິດຊອບມີຄວາມ
ປອດໄພ 100%.

     ໂອກາດດັ່ງກ່າວ ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫ່ຍການເມືອງ
ກອງທັບ ໄດ້ມີຄຳເຫັນເນັ້ນໜັກໃຫ້ແຕ່ລະກົມກອງຍົກສູງບົດບາດຕໍ່ໜ້າທີ່ການເມືອງຂອງຕົນ, ຖືເອົາການສຶກສາອົບຮົມການເມືອງ-ນຳພາແນວ
ຄິດຢ່າງຕໍ່ເນື່ອງເລິກເຊິ່ງ, ຕິດພັນກັບການ ຈັດຕັ້ງຜັນຂະຫຍາຍເນຶ້ອໃນ 2 ວາລະແຫ່ງຊາດ ໃຫ້ເຂົ້າສູ່ລວງເລິກໃນຊີວິດປະຈຳວັນຂອງນາຍ ແລະ
ພົນທະຫານ, ນອກຈາກນີ້ໃຫ້ເອົາໃຈໃສ່ວຽກງານ ເຮັດໃຫ້ສະພາບມີຄວາມສະຫງົບເປັນບັນຫາສຳຄັນ, ປັບປຸງລະບຽບແບບແຜນ, ປະຕິບັດ 7
ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບໃຫ້ເຂັ້ມງວດ, ປັບປຸງກຳລັງທາງດ້ານການ ເມືອງ, ກໍ່ສ້າງພັກ-ກໍ່ສ້າງພະນັກງານໃຫ້ມີຄຸນະພາບ ແລະ ຖືກ
ເປົ້າໝາຍ, ສ້າງພະນັກງານກັບທີ່, ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜັນ ຕາມ 5 ເນື້ອໃນ ແລະ 5 ຫຼັກການ 3 ທິດນຳ
ຂອງພັກ, ຖືເອົາວຽກງານໂຄສະນາເປັນກະບອກສຽງ ແກ້ໄຂ້ປະກົດການຫຍໍ້ທໍ້ທຸກຂົງເຂດວຽກງານ ບ່ອນກົມກອງຕັ້ງທັບ, ສຸມໃສ່ເຮັດວຽກງານ
ຮັບປະກັນພະລາທິການ, ເຕັກນິກ, ເອົາໃຈໃສ່ຄຸ້ມຄອງແຜນງົບປະມານລາຍຮັບ-ລາຍຈ່າຍ ແລະ ການຄຸ້ມຄອງບົວລະບັດພັດເຊັດພາຫະນະ-ອາວຸດ
ໃຫ້ຖືກຕ້ອງຕາມລະບຽບຫຼັກການ. ພ້ອມກັນນີ້ຍັງໄດ້ຊີ້ນຳໃຫ້ບັນດາກົມກອງກຳລັງຫຼວງ, ກຳລັງທ້ອງຖິ່ນ ພ້ອມກັນຫ້າງຫາກະກຽມເນື້ອໃນສະ
ເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ ທີ່ຈະມາເຖິງໃນມໍ່ໆນີ້ ໃຫ້ເປັນຂະບວນຟົດຟື້ນກວ້າງຂວາງ ແລະ ເລິກເຊິ່ງ.

ແຫຼ່ງຂ່າວໂດຍ ພາກ ສຸທິປັນຍາ
ວັນທີ 10/10/2023